Your welcome to Khoankham Laos Plywood


Get Brighter Smile from Laos Plywood

Lao Plywood

ໂຮງງານໄມ້ອັດ

ໂຮງງານໄມ້ອັດ ຄູນຄຳ ຈຳກັດ ເປັນໂຮງງານໜຶ່ງທີ່ນອນຢູ່ໃນທຸລະກິດຂອງ ກຸ່ມບໍລິສັດ ຄູນຄຳ ຈຳກັດ ເຊິ່ງດຳເນີນການຜະລິດ ແລະ ຈຳໜ່າຍໄມ້ອັດທີ່ໄດ້ມາດຕະຖານ ແລະ ຄຸນນະພາບສູງ.

ສ້າງຕັ້ງຂຶ້ນໃນວັນທີ 14 ກັນຍາ 2018, ໂດຍ ທ່ານ ຫອມ ສີຫາຈັກ ດ້ວຍທຶນຈົດທະບຽນ 8,446,000,000 ກີບ (ແປດຕື້ສີ່ຮ້ອຍສີ່ສິບຫົກລ້ານກີບ) ແລະ ບໍລິຫານງານໂດຍ ທ່ານ ນາງ ຄຳໄສ ສີຫາຈັກ ໃນນາມເປັນຜູ້ອຳນວຍການໂຮງງານ

ສະຖານທີ່ໂຮງງານຕັ້ງຢູ່ ກິໂລແມັດ ທີ 26, ບ້ານ ນາທາດ, ເມືອງ ອຸທຸມພອນ, ແຂວງ ສະຫັວນນະເຂດ, ສປປ ລາວ.

Lao Plywood

ວັດຖຸປະສົງ

ເພື່ອໃຫ້ເຊື່ອມໂຍງເສດຖະກິດໃນບັນດາປະເທດອາຊຽນ ແລະ ສາມາດແຂງຂັນໃນພາກພື້ນ, ເພື່ອຕອບສະໜອງຜະລິດຕະພັນທາງດ້ານໄມ້ອັດແຜ່ນ ປະກອບເຂົ້າໃນການຕົບແຕ່ງ, ກໍ່ສ້າງ ຫຼື ຊົມໃຊ້ຕາມຄວາມຕ້ອງການຂອງຕະຫາດ ແລະ ອື່ນໆ ໂຮງງານຈຶ່ງເລັງເຖິງໂອກາດໃນການເຕີບໂຕ ແລະ ຂະຫຍາຍໂຕຂອງພາກອຸດສາຫະກຳ-ການກໍ່ສ້າງ, ອະສັງຫາລິມາສັບ ພາຍໃນປະເທດ ແລະ ພາກພື້ນສາກົນ.
– ສ້າງໂຮງງານໃຫ້ກາຍເປັນໂຮງງານທີ່ໃຫຍ່ ໄດ້ມາດຕະຖານສາກົນອັນດັບ 1 ໃນພາກພື້ນ ເປັນການ ຜະລິດຂອງຄົນລາວ ໂດຍນຳໃຊ້ເຄື່ອງຈັກຈາກຕ່າງປະເທດ ທີ່ໄດ້ມາດ ຕະຖານສາກົນ ແລະ ສ້າງ ຄວາມໜາເຊື່ອຖືໃຫ້ແກ່ລູກຄ້າ.

ວິໄສທັດ  

ການຜະລິດໄມ້ອັດທີ່ມີຄຸນນະພາບ, ໄດ້ມາດຕະຖານ ແລະ ເອົາໃຈໃສ່ດ້ານການບໍລິການ ເພື່ອໃຫ້ ລູກຄ້າມີຄວາມເພິ່ງພໍໃຈ ແມ່ນວິໄສທັດຂອງບໍລິສັດ.

ພາລະກິດ 

ກະຕຸກຊຸກຍູ້ໃຫ້ເກີດວົງຈອນການຜະລິດ, ສ້າງມູນຄ່າເພີ່ມ ແລະ ການຊົມໃຊ້ໃຫ້ຫຼາຍຂຶ້ນ. ສົ່ງເສີມໃຫ້ປະຊາຊົນມີວຽກເຮັດງານທຳທີ່ດີ ເພື່ອບໍ່ໃຫ້ມີແຮງງານອອກໄປເຮັດວຽກຕ່າງປະເທດ. 

ຫຼຸດຜອນການສົ່ງອອກໄມ້ທ້ອນ ແລະ ແປຮູບໄມ້ໃຫ້ມີມູນຄ່າເພີ່ມຂຶ້ນ. ໃຫ້ທົ່ວສັງຄົມໄດ້ເຂົ້າເຖິງໄມ້ອັດທີ່ມີຄຸນນະພາບ ໃນລາຄາທີ່ສົມເຫດສົມຜົນ ເພື່ອສາມາດສ້າງ ຜະລິດຕະພັນທີ່ສາມາດແຂງຂັນໄດ້ໃນຕະຫາດ. 

ກຽມຄວາມພ້ອມໃນການເຊື່ອມໂຍງການຄ້າກັບປະເທດເພື່ອນບ້ານ ແລະ ພູມມີພາກ ໂດຍການ ປັບປຸງລະບົບສະໜອງໃຫ້ມີຄວາມສະຖຽນລະພາບ ແລະ ໃຫມີຄວາມໝັ້ນຄົງ. 

ປະຕິຮູບແບບແຜນວິທີດຳເນີນທຸລະກິດ ເພື່ອດຶງດູດຄວາມເຊື່ອໝັ້ນຂອງລູກຄ້າ ແລະ ຜູ້ຊົມໃຊ້ ໄມ້ອັດໃຫ້ທົ່ວພາກພື້ນສາກົນ.

ຄຸນລັກສະນະ ແລະ ຄຸນນະພາບຂອງຜະລິດຕະພັນ

ຄຸນລັກສະນະ ແລະ ຄຸນນະພາບຂອງຜະລິດຕະພັນ

–       ໄມ້ອັດຂອງພວກເຮົາແມ່ນມີຄວາມແຂງແຮງທົນທານຕໍ່ແຮງກະແທກ, ການສຽດສີ, ສາມາດທົນຕໍ່ ສະພາບອາກາດຄວາມຊື້ນ ແລະ ຄວາມແຫ້ງໄດ້ສູງ ຍ້ອນວ່າໄມ້ອັດທຸກຊິ້ນແມນຜ່ານການອັດເຢັນ ແລະ ອັດຮ້ອນທຸກໆຊິ້ນດ້ວຍອຸນຫະພູມທີ່ເໝາະສົມ ຈື່ງເຮັດໃຫ້ແຜ່ນໄມ້ອັດບໍ່ມີຊ່ອງຫວ່າງ ເຮັດໃຫ້ ໝັ້ນໃຈໄດ້ວ່າໄມ້ອັດມີຄວາມແໜ້ນແຂງແຮງແລະ ທົນທານ.  

–      ເນື້ອໄມ້ລະອຽດຄົບຖ້ວນຕາມມາດຕະຖານຂອງໂຮງງານ. ຂະໜາດ ແລະ ນໍ້າໝັກຕາມ ມາດຕະຖານທີ່ກຳນດ ມີການກວດຄຸນນະພາບທຸກຄັ້ງກ່ອນສົ່ງອອກ ມີປ້າຍສະແດງລາຍລະອຽດຂອງສິນຄ້າ

ຕິດຕໍ່ສອບຖາມ ຫຼື ສັ່ງຊື້ ຕາມຂໍ້ມູນດ້ານລຸ້ມນີ້: Tel/WhatsApp: +85620 52290153 Email: khounkhamheadoffice@gmail.com