Your welcome to Khounkham ເຂື່ອນໄຟຟ້າຫ້ວຍເປາະ
ບໍລິສັດ ເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈໍາກັດ


ບໍລິສັດ ເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈໍາກັດ
- ໃນປີ 2012 ໂຄງການເຂື່ອນໄຟຟ້າຫ້ວຍເປາະ ໄດ້ເລີ່ມສໍາຫຼວດ, ເລີ່ມຕົ້ນຫ້າງຫາກະກຽມສະຖານທີ່ລົງມືກໍ່ສ້າງໃນວັນທີ 13/11/2014 ໂດຍ ບໍລິສັດ Hydrochina Kunming Engineering Corporation CO.,LTD
ໂຄງການເຂື່ອນໄຟຟ້າຫ້ວຍເປາະ ເປັນເຂື່ອນຂອງເອກະຊົນພາຍໃນ 100% ໂດຍແມ່ນ ໄລຍະການສໍາປະທານ 30 ປີ, ມູນຄ່າຂອງໂຄງການກໍ່ສ້າງ ທັງໝົດແມ່ນ 37.5 ລ້ານໂດລາສະຫະລັດ.
ເຂື່ອນໄຟຟ້າຫວ້ຍເປາະ ມີຈັກຜະລິດໄຟ 4 ໜ່ວຍຄື: 2 ໜ່ວຍມີກໍາລັງຕິດຕັ້ງ 2×2,5 MW ແລະ ສອງ
ໜ່ວຍມີກຳລັງຕິດຕັ້ງ 2×5 MW ຊຶ່ງລວມມີກໍາລັງຕິດຕັ້ງ 15 MW ເປັນຈັກ FRANCIS ແກນນອນ, ພະລັງງານຜະລິດສະເລ່ຍຕໍ່ປີປະມານ 63.3 GWh/Year.
ບໍລິສັດ ເຂື່ອນໄຟຟ້າຫ້ວຍເປາະ ພາວເວີ ຈໍາກັດ
-
ເນື້ອທີ່ອ່າງເກັບນໍ້າ 35,567 m², ບໍລິມາດນໍ້າເຕັມອ່າງທັງໝົດ 76,000 m³,
ລະດັບນໍ້າສູງສຸດ 323.90 m ແລະ ປົກກະຕິ 322.50 m, ຕົວເຂື່ອນມີຄວາມສູງ 8 m,
ປະຕູລະບາຍນໍ້າ (Spillway) ມີທັງໝົດ 8 ປະຕູ.
ປະຕູທີ 1-2 ເປັນປະຕູລະບາຍນໍ້າເຂົ້າຄອງສົ່ງນໍ້າມີຂະໜາດ LxH 6.5×5 m ສາມາດປ່ອຍນໍ້າເຂົ້າຄອງໄດ້ 29 m3
ປະຕູທີ 3-8 ມີຂະໜາດ LxH 8×6.5 m.
-
ເນື້ອທີ່ອ່າງເກັບນໍ້າ 63,865 m², ມີຄວາມສູງ 7.8 m, ບໍລິມາດນໍ້າເຕັມອ່າງທັງໝົດ 135,000 m³, ປະຕູລະບາຍນໍ້າ (Main dam) ມີທັງໝົດ 3 ປະຕູ, ລະດັບນໍ້າສູງສຸດແມ່ນ 321.092 m,
ລະດັບນໍ້າປົກກະຕິແມ່ນ 320.000 m, ເປັນປະຕູລະບາຍນໍ້າເຂົ້າຄອງສົ່ງນໍ້າຂປະຕູ ມີຂະໜາດ LxH 7×3.5 m, ມີປະຕູລະບາຍຕົມ 1 ປະຕູຂະໜາດ 4×6.5 m ແລະ ເປັນຝາຍນໍ້າລົ້ນ (spillway) ຈໍານວນ 1 ປະຕູ, ລວງກ້ວາງ10 m, ແລະ ລວງສູງ 6.5 m.












Lao ບໍຫີນກາວດົງເຫັນ
- ເປັນອ່າງແບບຄອນກຼີດ, ລວງກ້ວາງ 7.6 m, ລວງຍາວ 63.8 m, ລວງສູງ 8 m, ປະລິມານຮອງຮັບນໍ້າ 3,000 m³.
- ເປັນປະເພດ Shallow Buried, ຄວາມຍາວ 987.236 m, ເສັ້ນຜ່າສູນກາງລວມ 3.5 m, ແຍກ 2 ທໍ່ເສັ້ນຜ່ານສູນກາງ 1.1 m, ແລະ ແຍກ 2 ທໍ່ເສັ້ນຜ່ານສູນກາງ 1.5 m.
ສະຖານີໄຟຟ້າ (Switchyard) ມີຂະໜາດ L x W 60×57.5 m, ໝໍ້ແປງໄຟຟ້າ 6.3/115kV 3×6.3 MW
ອອກຈາກສະຖານີເປັນສາຍສົ່ງ 115 Kv ໄປຫາ switchyard ເຊເສັດ 1 ເປັນໄລຍະທາງ 10 km ເສົາໄຟຟ້າ 115kV ຈໍານວນ 30 ຕົ້ນ.
ມີຂະໜາດ LxWxH 66.7×14.5×20 m ເຄື່ອງຜະລິດໄຟຟ້າມີ 4 ໜ່ວຍ, ເຄື່ອງຜະລິດໄຟຟ້າ G1, G2 2.5 MW, ເຄື່ອງຜະລິດໄຟຟ້າ G3, G4 5 MW, ກົງຫັນເປັນປະເພດ Francis (ແກນນອນ) ມີປະລິມານນໍ້າໄຫຼ ຜ່ານກົງຫັນ G1, G2 4.8 m³/s, ມີປະລິມານນໍ້າໄຫຼຜ່ານກົງຫັນ G3,G4 9.46 m³/s, ຄວາມສູງນໍ້າຕົກຈາກອ່າງແຮງດັນຫາຈັກ 61 m.

ຄອງສົ່ງນໍ້າ 1 (Channel 1)
ມີຄວາມຍາວທັງໝົດ 2660.646 m ເປັນຄອງປິດ 104 m ຂະໜາດ LxH 4.5×4.5 m ຕໍ່ດ້ວຍຄອງເປີດເປັນຮູບຄາງໝູຍາວ 2556.646 m, ມີຂະໜາດພື້ນລຸ່ມ 4.5 m ທາງເທິງກ້ວາງ 12.80 m, ສູງ 4.15 m ສາມາດຮອງຮັບປະລິມານນໍ້າໄຫຼໄດ້ 29 m³.
ຄອງສົ່ນໍ້າ 2 (Channel 2)
ມີຄວາມຍາວທັງໝົດ 1,742 m ເປັນຄອງປິດ 80 m ຂະໜາດ 4.5×4.5 m ຕໍ່ດ້ວຍຄອງເປີດເປັນຮູບຄາງໝູຍາວ 1,662 m ມີຂະໜາດພື້ນລຸ່ມ 4.5 m, ທາງເທິງກ້ວາງ 12.80 m, ສູງ 4.15 m, ສາມາດຮັບຮອງປະລິມານນໍ້າໄຫຼໄດ້ 29 m3/s.
ຄອງສົ່ງນໍ້າ 3 (Channel 3)
ມີຄວາມຍາວທັງໝົດ 1,850 m, ເປັນຄອງເປີດເປັນຮູບຄາງໝູມີຂະໜາດພື້ນລຸ່ມ 6 m, ທາງເທິງກ້ວາງ 14.28 m, ສູງ 2.76 m ແລະ ສາມາດຮອງຮັບປະລິມານນໍ້າໄຫຼໄດ້ 30 m²/s.