Your welcome to Khounkhamໂຄງການເຂື່ອນໄຟຟ້າ ນໍ້າມ່ວນ
Khounkham
ໂຄງການເຂື່ອນໄຟຟ້າ ນໍ້າມ່ວນ
ໂຄງການເຂື່ອນໄຟຟ້າ ນໍ້າມ່ວນ
- ສະພາບທົ່ວໄປຂອງໂຄງການ
ໂຄງການເຂື່ອນໄຟຟ້ານໍ້າມ່ວນແມ່ນ ຕັ້ງຢູ່ ເມືອງວຽງທອງ, ແຂວງບໍລິຄໍາໄຊ, ພາກກາງຂອງ ສປປ ລາວ. ເຂື່ອນໄຟຟ້າ ນໍ້າມ່ວນ ແມ່ນ ບໍລິສັດ ເອເຊຍລົງທືນ ແລະ ບໍລິການ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈ (MOU) ຈາກລັດຖະບານສະບັບລົງວັນທີ 23/05/2014. ບໍລິສັດ ເອເຊຍລົງທືນ ແລະ ບໍລິການ ຈຳກັດ ຜູ້ດຽວ. ໄດ້ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ ໃນເບື້ອງຕົ້ນ ມີກຳລັງຕິດຕັ້ງປະມານ 100 MW.
ຈາກຂໍ້ມູນຜົນກະທົບເບື້ອງຕົ້ນ (ຂໍ້ມູນຜ່ານມາ) ຕໍ່ພື້ນທີ່ປ່າໄມ້ ຂອງໂຄງການເຂື່ອນໄຟຟ້ານໍ້າຕົກ ນໍ້າມ່ວນ, ຊຶ່ງມີຈຸດທີ່ຕັ້ງຢູ່ທິດຕາເວັນຕົກສ່ຽງເໜືອ ຂອງເມືອງວຽງທອງ ແຂວງບໍລິຄໍາໄຊ ແລະ ເມືອງໝອກ ແຂວງຊຽງຂວາງ ຫ່າງຈາກເທດສະບານເມືອງ ປະມານ 41 ກິໂລແມັດ, ກວມເອົາເນື້ອທີ່ທັງໝົດ 12.258,1 ເຮັກຕາ ໃນນີ້ ກວມເຂດປ່າປ້ອງກັນແຫ່ງຊາດນໍ້າມ່ວນ-ນໍ້າຍ້ວງ ມີເນື້ອທີ່ 9.412 ເຮັກຕາ (ແຂວງບໍລິຄໍາໄຊ), ເຂດປ່າຜະລິດນໍ້າໂມ້ ມີເນື້ອທີ່ 1.841,4 ເຮັກຕາ (ແຂວງຊຽງຂວາງ) ແລະ ນອກສາມປະເພດປ່າ ມີເນື້ອທີ່ 1.004,7 ເຮັກຕາ ຊຶ່ງປະກອບມີປ່າປະສົມ 1.839 ເຮັກຕາ, ປ່າໄມ້ປ່ອງ 547,3 ເຮັກຕາ, ປ່າເຫຼົ່າ 9.089,2 ເຮັກຕາ, ໄຮ່ 307,9 ເຮັກຕາ, ທົ່ງນາ 377,4 ເຮັກຕາ ແລະ ທີ່ຢູ່ອາໄສ 97,3 ເຮັກຕາ.
- ລັກສະນະທາງດ້ານເຕັກນິກຂອງໂຄງການ
ໂຄງການເຂື່ອນໄຟຟ້ານໍ້າມ່ວນແມ່ນ ຈາກຜົນການລາຍງານເບື້ອງຕົ້ນທີ່ຜ່ານມາ ຕົວເຂື່ອນແມ່ນມີຄວາມສູງປະມານ 110 ແມັດ ແລະ ຍາວ 400 ແມັດ, ເນື້ອທີ່ຂອບເຂດອ່າງໂຕ່ງປະມານ 1500 ກິໂລຕາແມັດ, ອ່າງເກັບນໍ້າກວມເນື້ອທີ່ປະມານ 55 ກິໂລຕາແມັດ, ລະດັບນໍ້າທີ່ເຕັມອ່າງຢູ່ທີ່ປະມານ 420 ແມັດ ທຽບກັບລະດັບໜ້ານໍ້າທະເລ (masl).
- ສະຖານະພາບຂອງໂຄງການ
ປັດຈຸບັນກໍາລັງດໍາເນີນການສຶກສາ, ປະເມີນ ແລະ ທົບທວນຄວາມເປັນໄປໄດ້ຂອງໂຄງການ, ໃນຖານະເປັນໂຄງການໄຟຟ້ານໍ້າຕົກແບບຜູ້ຜະລິດໄຟຟ້າຂະໜາດໃຫຍ່.