Your welcome to Khounkham ໂຄງການເຂື່ອນໄຟຟ້າ ນໍ້າທອງ 1, 2

Khounkham
ໂຄງການເຂື່ອນໄຟຟ້ານໍ້າທອງ 1, 2

ໂຄງການເຂື່ອນໄຟຟ້າ ນໍ້າທອງ 1, 2

  1. ສະພາບທົ່ວໄປຂອງໂຄງການ

ໂຄງການເຂື່ອນໄຟຟ້າ ນໍ້າທອງ 1, 2 ຕັ້ງຢູ່ພາກກາງ ຂອງ ສປປ ລາວ, ເຂດບ້ານສັນພູໄຊ, ເມືອງອະນຸວົງ, ແຂວງໄຊ ສົມບູນ. ໂຄງການດັ່ງກ່າວມີແຜນຈະຜະລິດພະລັງງານໄຟຟ້າ ເພື່ອສະໜອງໃຫ້ລັດວິສະຫະກິດໄຟຟ້າລາວ ເພື່ອການຊົມໃຊ້ພາຍໃນປະເທດ ໂດຍໃຊ້ແຫຼ່ງພະລັງງານນໍ້າຈາກສາຍນໍ້າທອງມາຜະລິດກະແສໄຟຟ້າ.

ການໄຫຼຂອງປະລິມານນໍ້າແມ່ນໄຫຼຕາມຮ່ອມພູເຂດບ້ານສັນພຸໄຊ, ມີສະພາບພູມສັນຖານ, ລະດັບຄວາມສູງແຕກຕ່າງກັນທຽບກັບລະດັບໜ້ານໍ້າທະເລ, ດ້ານທໍລະນີສາດ ແມ່ນເອື້ອອໍານວຍ ອັນເປັນເງື່ອນໄຂເໝາະສົມ ໃນການສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍເພື່ອສະໜອງໃຫ້ພາຍໃນ ໂດຍສະເພາະ ແຂວງໄຊສົມບູນ ແລະ ພາກກາງ ຂອງ ສປປ ລາວ ເພື່ອເຮັດໃຫ້ລະບົບໄຟຟ້າມີຄວາມໝັ້ນຄົງ ແລະ ສະເຖຍລະພາບ.

  1. ລັກສະນະທາງດ້ານເຕັກນິກຂອງໂຄງການ

ໂຄງການເຂື່ອນໄຟຟ້ານໍ້າທອງ 1, 2 ຕັ້ງຢູ່ສາຍນໍ້າທອງ ເຂດບ້ານສັນພູໄຊ, ເມືອງ ອະນຸວົງ, ແຂວງ ໄຊສົມບູນ ພາກກາງ ຂອງ ສປປ ລາວ. ໂຄງການດັ່ງກ່າວ ໄດ້ວາງແຜນຈະຜະລິດພະລັງງານໄຟຟ້າຈາກພະລັງງານນໍ້າເພື່ອສະໜອງ ໃຫ້ລັດວິສະຫະກິດໄຟຟ້າລາວ ເພື່ອການຊົມໃຊ້ພາຍໃນປະເທດ ໂດຍໃຊ້ແຫຼ່ງພະລັງງານນໍ້າຈາກນໍ້າທອງ ມາຜະລິດພະລັງງານໄຟຟ້າ. 

ຈຸດສຶກສາທີ່ຕັ້ງຂອງເຂື່ອນທັງສອງແມ່ນຢູ່ບໍລິເວນຫ່າງຈາກປາກນໍ້າທອງ ເຊື່ອມຕໍ່ກັບນໍ້າງຽບທີ່ບ້ານວຽງທອງ ປະມານ 12 ກມ ສໍາລັບນໍ້າທອງ 1, 2 ຈຸດທີ່ຕັ້ງ ຂອງເຂື່ອນນໍ້າທອງ 1, 2 ຢູ່ໃນລະດັບປະມານ  454.5 ແລະ 652 ແມັດ ທຽບໃສ່ລະດັບໜ້ານໍ້າທະເລ (masl) ແລະ ໂຮງຈັກໄຟຟ້າຂອງເຂື່ອນນໍ້າທອງ 1, 2 ຕັ້ງຢູ່ໃນລະດັບປະມານ 393.5 ແລະ 535 ແມັດ ທຽບໃສ່ໜ້ານໍ້າທະເລ (masl). ລະບົບສາຍສົ່ງຮັບໃຊ້ການກໍ່ສ້າງ ແມ່ນ ລະບົບ 22 ກວ ເຊື່ອມຕໍ່ຈາກລະບົບສາຍສົ່ງຂອງ ຟຟລ ເພື່ອມາຮັບໃຊ້ ການກໍ່ສ້າງເຂື່ອນໄຟຟ້າ ນໍ້ທທອງ 1, 2.

ໂຄງການເຂື່ອນໄຟຟ້ານໍ້າທອງ 1, 2 ຫ່າງຈາກຕົວເມືອງອະນຸວົງ ປະມານ 38 ກມ, ນໍ້າທອງແມ່ນມີແຫຼ່ງກຳເນີດຈາກທິດ

ເໜືອຂອງ ແຂວງໄຊສົມບູນ, ມີສາຂານໍ້າເປັນແມ່ນໍ້ານ້ອຍຫລາຍສາຍ ເຊິ່ງມິປະລິມານລະດັບນໍ້າຕໍ່າສຸດ ປະມານ 1 m3/sໃນ ເດືອນທີ່ແລ້ງທີ່ສຸດຂອງປີ. ສາຍນໍ້າທອງ ເປັນແມ່ນໍ້າສາຂາຂອງນໍ້າງຽບທາງຝັ່ງຂວາ.

ໂຄງການເຂື່ອນໄຟຟ້າ ນໍ້າທອງ 1, 2

  1. ສະຖານະພາບຂອງໂຄງການ

ປັດຈຸບັນກໍາລັງດໍາເນີນການສຶກສາ, ປະເມີນ ແລະ ທົບທວນຄວາມເປັນໄປໄດ້ຂອງໂຄງການ, ໃນຖານະເປັນໂຄງການໄຟຟ້ານໍ້າຕົກແບບຜູ້ຜະລິດໄຟຟ້າຂະໜາດນ້ອຍ

ໂຄງການເຂື່ອນໄຟຟ້າ ນໍ້າທອງ 1, 2